Click here for search results

ຫຼາຍປະເທດ ໃນເຂດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຍັງມີຄວາມສຽງສູງຕໍ່ ສະພາບດິນຟ້າອາກາດປ່ຽນແປງ, ແຕ່ວ່າພາກພື້ນດັ່ງກ່າວ ຍັງສາມາດກ້າວໄປສູ່ການເປັນ ພາກພື້ນທີ່ມີສະພາບ ‘ດິນຟ້າອາກາດ-ສານສະຫຼາດ’

Available in: 中文, English

ແລກທີ 2007/58/DEC

ຕິດຕໍ່:
Merrell Tuck, ໂທ: (+1-202) 473-9516, mtuckprimdahl@worldbank.org
Kavita Watsa, ໂທ: (+1-202) 458-8810 kwatsa@worldbank.org 
Viengsamay Srithirath, ໂທ: (856-21) 450-010, vsrithirath@worldbank.org

ວໍຊິງຕັນ, 15 ກັນຍາ 2009 – ບົດລາຍງານການພັດທະນາໂລກ ສະບັບລ້າສຸດ ໄດ້ຄົ້ນພົບວ່າ ເຖິງແມ່ນວ່າ ຫຼາຍໆປະເທດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ມີຄວາມສ່ຽງສູງຕໍ່ ການປ່ຽນແປງຂອງດິນຟ້າອາກາດ, ປະ​ເທດ​ທີ່​ກຳລັງ​ພັດທະນາ​ ຈະສາມາດຫັນຕົວເອງ ໃຫ້ກາຍເປັນ​ປະ​ເທດ​ ທີ່ປ່ອຍອາຍກາກ​ບອນ​ຕ່ຳ ໃນຂະນະທີ່ສົ່ງ​ເສີ່​ມການ​ພັດທະນາ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ ຂອງຕົນໄດ້ ກໍຕໍ່ເມື່ອໄດ້ຮັບການ​ຊ່ວຍ​ເຫຼືອທາງດ້ານທຶນຮອນ ​ແລະ ວິຊາ​ການ ຈາກປະ​ເທດ​ທີ່​ຮັງມີ​ເທົ່ານັ້ນ

ບົດລາຍງານການພັດທະນາໂລກ 2010: ການພັດທະນາ ທ່າມກາງການປ່ຽນແປງຂອງດິນຟ້າອາກາດ, ທີ່ໄດ້ອອກເຜີຍແຜ່ ກ່ອນໜ້າ ກອງປະຊຸມວ່າດ້ວຍ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ທີ່ຈະໄດ້ຈັດຂຶ້ນທີ່ເມືອງ ​ໂກ​ເປັນ​ຮາ​ເກນ (Copenhagen) ໃນເດືອນທັນວາ​ ທີ່ຈະມາເຖິງນັ້ນ, ບົດ​ລາຍ​ງານດັ່ງກ່າວ ໄດ້ກ່າວວ່າ ໃນຊ່ວງໄລຍະທີ່ຜ່ານມາ ປະເທດທີ່ພັດທະນາແລ້ວ ຊຶ່ງເປັນປະເທດທີ່ ປ່ອຍອາຍກາກບອນຫຼາຍ ຈະຕ້ອງໄດ້ດໍາເນີນວິທີການທີ່ຈໍາເປັນເພື່ອປົກປ້ອງ ດິນຟ້າອາກາດ ຂອງພວກເຮົາໝົດທຸກຄົນໃນອານາຄົດ.  ຖ້າປະເທດທີ່ພັດທະນາແລ້ວ ດໍາເນີນວິທີການຢ່າງຮີບດ່ວນ, ໂລກທີ່ມີສະພາບ ‘ດິນຟ້າອາກາດ-ສານສະຫຼາດ’ ຈະມີຄວາມເປັນໄປໄດ້ ແລະ ເຖິງວ່າຄ່າໃຊ້ຈ່າຍ ທີ່ຈະກ້າວໄປເຖິງຈຸດນັ້ນ ແມ່ນສູງ ແຕ່ກໍຍັງຖືວ່າພໍຮັບມືໄດ້.​ ການລະດົມທຶນເພື່ອຫຼຸດຜ່ອນຜົນກະທົບ ໃນປະເທດທີ່ກໍາລັງພັດທະນາ ແມ່ນມີຄວາມສໍາຄັນ ເພາະວ່າໃນອານາຄົດປະເທດເຫຼົ່ານັ້ນ ຈະປ່ອຍອາຍກາກບອນ ເພີ່ມສູງຂຶ້ນໃນອານາຄົດ.

ທ່ານ ໂຣເບີດ ໂຊລິກ, ປະທານທະນາຄານໂລກ ໄດ້ກ່າວວ່າ: “ປະເທດຕ່າງໆ ຈະຕ້ອງດໍາເນີນການດຽວນີ້, ດໍາເນີນການຮ່ວມກັນ ແລະ ດໍາເດີນການທີ່ແຕກຕ່າງຈາກທີ່ຜ່ານມາ ເພື່ອແກ້ໄຂການປ່ຽນແປງຂອງດິນຟ້າອາກາດ,” ທ່ານຍັງໄດ້ກ່າວຕື່ມອີກວ່າ: "ປະເທດທີ່ກໍາລັງພັດທະນາ ໄດ້ຮັບຜົນກະທົບຈາກການປ່ຽນແປງ ຂອງດິນຟ້າອາກາດ ທີ່ແຕກຕ່າງກັນ – ມັນແມ່ນວິກິດການ ທີ່ພວກເຂົາບໍ່ໄດ້ສ້າງຂຶ້ນມາ ແລະ ພວກເຂົາກໍບໍ່ໄດ້ກ່ຽມພ້ອມທີ່ຈະຮັບມືເທົ່າທີ່ຄວນ. ຍ້ອນເຫດຜົນຄືແນວນັ້ນ, ວິທີການຈັດການ ທີ່ມີຄວາມຍຸດຕິທໍາ ຈຶ່ງແມ່ນສິ່ງທີ່ສໍາຄັນທີ່ສຸດ.​”

ທຸກໆປະເທດຈະຕ້ອງດໍາເນີນການ ດຽວນີ້ ເພາະວ່າການຕັດສິນໃຈໃນມື້ນີ ຈະເປັນຕົວກໍານົດ ສະພາບດິນຟ້າອາກາດ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນ ແລະ ເພື່ອສ້າງທາງເລືອກດ້ານສິ່ງແວດລ້ອມຕ່າງໆ ໃນການກໍານົດອານົດ. ທຸກໆປະເທດ ຈະຕ້ອງດໍາເນີນການຮ່ວມກັນ ເພະາວ່າປະເທດໜຶ່ງປະເທດດຽວ ບໍ່ສາມາດຮັບມືກັບສິ່ງທ້າທາຍ ທີ່ເກີດຈາກ ການປ່ຽນແປງ ຂອງດິນຟ້າອາກາດ ທີ່ມີລັກສະນະເຊື່ອມໂຍງກັນໄດ້, ດັ່ງນັ້ນ ການຮ່ວມມືກັນຂອງທົ່ວໂລກ ຈຶ່ງຈໍາເປັນໃນການປັບປຸງ ການນໍາໃຊ້ພະລັງງານ ຢ່າງມີປະສິດຜົນ ແລະ ພັດທະນາເຕັກນິກໃໝ່ໆ. ທຸກໆປະເທດ ຕ້ອງດໍາເນີນການ ທີ່ແຕກຕ່າງ ຈາກທີ່ເຄີຍເຮັດຜ່ານມາ ເພາະວ່າ ການດໍາເນີນທຸລະກິດແບບເດີມໆ ສາມາດເຮັດໃຫ້ໂລກກ້າວເຂົ້າສູ່ຫົນທາງແຫ່ງຄວາມຫາຍະນະ ຊຶ່ງເປັນຄວາມສູນເສຍ ຕໍ່ການພັດທະນາ ທີ່ພວກເຮົາບໍ່ສາມາດຮັບໄດ້.

ບົດລາຍງານ ຍັງໄດ້ກ່າວຕືມອີກວ່າ ປະເທດທີ່ກໍາລັງພັດທະນາ ແມ່ນຈະໄດ້ຮັບຄວາມເສຍຫາຍ ທີ່ເກີດຈາກ ການປ່ຽນແປງຂອງດິນຟ້າອາກາດ. ປະຊາກອນຂອງປະເທດດັ່ງກ່າວ ຈໍານວນຫຼາຍ ອາໃສຢູ່ເຂດທີ່ມີຄວາມສ່ຽງ, ປະເທດດັ່ງກ່າວ ມີສະພາບເສດຖະກິດທີ່ບໍ່ໝັ້ນຄົງ, ສະຖານະພາບ ທາງດ້ານການເງິນ ແລະ ຄວາມອາດສາມາດຂອງອົງກອນ ໃນການປັບໂຕ ແມ່ນຍັງຈໍາກັດ. ຫຼາຍກວ່າເຄິງຂອງຈໍານວນປະເທດ ໃນເຂດພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ແມ່ນປະເທດທີ່ເປັນເກາະດອນ ໃນເຂດປາຊີຟິກ  ຊຶ່ງໃນຈໍານວນເຫຼົ່ານັ້ນ ອາດຈະບໍ່ເຫຼືອຢູ່ໄດ້ ໃນ 5​0 ປີ ຂ້າງໜ້າ ຖ້າຫາກທົວໂລກຍັງຄົງ ກ້າວໄປຕາມທາງທີ່ເຮັດໃຫ້ສະພາບດິນຟ້າອາກາດ ເປັນຄືແນວນີ້. ຜູ້ສ້າງນະໂຍບາຍຂອງຫຼາຍໆປະເທດ ກໍໄດ້ອອກມາຍອມຮັບວ່າ ປະເທດຂອງຕົນໄດ້ເພີ່ມງົບປະມານດ້ານການພັດທະນາ ເພື່ອຮັບມືກັບເຫດສຸກເສີນທີ່ພົວພັນເຖິງ ສະພາບດິນຟ້າອາກາດ ຫຼາຍຂຶ້ນ.​

ໃນເຂດພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ, ບົດລາຍງານໄດ້ຄົ້ນພົບ 3 ປັນຫາຕົ້ນຕໍ່ ທີ່ເປັນໂຕຜັກດັນ ໃຫ້ເກີດມີຄວາມສ່ຽງ ຈາກດິນຟ້າອາກາດ:

  1. ປະຊາກອນຈໍານວນຫຼາຍ ອາໃສຢູ່ຕາມເຂດຊາຍຝັ່ງງທະເລ ແລະ ຕາມໝູ່ເກາະທີ່ມີດິນຕໍ່າ — ຕົວຢ່າງເຊັ່ນ ປະຊາຊົນ ຫຼາຍກວ່າ 130 ລ້ານຄົນ ຢູ່ ສປ ຈີນ, ປະມານ 40 ລ້ານ ຢູ່ຫວຽດນາມ ແລະ 2 ຄົນ ຂອງປະເທດໝູ່ເກາະ ແມ່ນອາໃສ ຢູ່ ໝູ່ເກາະທີ່ມີເຂດດິນຕໍ່າ ແລະ ໝູ່ເກາະທີ່ເປັນຮູບວົງແຫວນ.​
           
  2. ການສືບຕໍ່ພຶ່ງພາອາໃສ ດິນຟ້າອາກາດ ເພື່ອການກະສິກໍາ ໂດຍສະເພາະແມ່ນປະເທດທີ່ທຸກຍາກ. ຄວາມກົດດັນ ທາງດ້ານດິນ, ນໍ້າ ແລະ ຊັບພະຍາກອນຈາກປ່າ ທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນມາຈາກ ປະຊາກອນທີ່ມີຈໍານວນເພີ່ມສູ່ງຂຶ້ນ, ການພັດທະນາຕົວເມືອງ ແລະ ຄວາມສຸດໂສມຂອງທໍາມະຊາດ​ ທີ່ເກີດຈາກ ການຂະຫຍາຍຕົວຂອງພາກອຸດສາຫະກໍາ, ທັງໝົດເຫຼົ່ານີ້ ຈະເຮັດໃຫ້ເກີດໄພທໍາມະຊາດ ທີ່ມີຄວາມຫຼາກຫຼາຍ ແລະ ຮ້າຍແຮງຂຶ້ນ ເຮັດໃຫ້ເປັນການຍາກ ໃນການຄຸ້ມຄອງ. ຕົວຢ່າງເຊັ່ນ: ໃນເຂດລຸ່ມແມ່ນໍ້າຂອງ ໃນລະດູຝົນຈະມີຝົນຕົກໜັກກ່ວາແຕ່ກອນ ແລະ ໃນລະດູແລ້ງຈະແກ່ຍາວເພີ່ມໄປອີກສອງເດືອນ. 
          
  3. ເສດຖະກິດໃນເຂດພາກພື້ນດັ່ງກ່າວ ແມ່ນຍັງອາໃສ ຊັບພະຍາກອນທາງນໍ້າສູງ. ມູນຄ່າຂອງປະກາລັງ ທີ່ໄດ້ຮັບການຄຸ້ມຄອງເປັນຢ່າງດີ ໃນເຂດພາກພື້ນອາຊີຕາເວັນອອກ ພຽງເຂດດຽວ ຈະຕົກຢູ່ປະມານ 13 ລ້ານ ໂດລາ ຊຶ່ງປະຈຸບັນແມ່ນໄດ້ຮັບໄພຂົ່ມຂູ່ ຈາກມົນລະພາວະ, ການພັດທະນາເຂດຊາຍຝັ່ງທະເລ, ການປະມົງເກີນຂອບເຂດ, ການໃຊ້ຢາຂ້າແມງໄມ້ ຫຼາຍເກີນຄວນ.

ບົດລາຍງານ ຍັງໄດ້ກ່າວຕື່ມອີກວ່າ ເພື່ອໃຫ້ປະເທດທີ່ກໍາລັງພັດທະນາ ສາມາດປະສົບຜົນສໍາເລັດ ໃນການເຮັດໃຫ້ໂລກນີ້ ກ້າວໄປສູ່ການເປັນໂລກ ທີ່ປ່ອຍອາຍກາກບອນຕໍ່າ ແມ່ນຂຶ້ນກັບ ການຊ່ວຍເຫຼືອທາງດ້ານການເງິນ ແລະ ວິຊາການ ຈາກປະເທດທີ່ຮັງມີ.​ ປະເທດທີ່ຮັງມີ ຈະຕ້ອງໄດ້ດໍາເນີນການຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການປ່ອຍອາຍກາກບອນ ແລະ ສຸກຍູ້ສົ່ງເສີມ ການພັດທະນາ ພະລັງງານທາງເລືອກອື່ນໆ ເພື່ອຊ່ວຍແກ້ໄຂບັນຫາ ການປ່ຽນແປງຂອງດິນຟ້າອາກາດ.​

ບົດລາຍງານ ຍັງໄດ້ຍົກເອົາບາງຕົວຢ່າງ ຂອງການດໍາເນີນງານທີ່ເຂັ້ມແຂງ ໃນການຕໍ່ສູ້ກັບ ການປ່ຽນແປງຂອງດິນຟ້າອາກາດ ໃນພາກພື້ນນີ້ ເຊັ່ນ ລັດຖະບານຈີນ ໄດ້ມີການລົນນະລົງຢ່າງຈິງຈັງ ໃນການສຸກຍູ້ການນໍາໃຊ້ພະລັງງານຢ່າງມີປະສິດທິຜົນ ແລະ ຍັງເປັນປະເທດທີ່ມີ ຄວາມສາມາດໃນການສ້າງພະລັງງານທົດແທນ ທີ່ໃຫຍ່ທີ່ສຸດໃນໂລກ. ຈີນຍັງມີເປົ້າໝາຍ ເພື່ອຫຼຸດຜ່ອນການນໍາໃຊ້ພະລັງງານ 20 ສ່ວນຮ້ອຍ ຈາກ 2005​ ເຖິງ 2010, ຈະຫຼຸດຜ່ອນການປ່ອຍອາຍກາກບອນ ໃຫ້ໄດ້ 1.5 ຕື້ໂຕນ ໃຫ້ໄດ້ພາຍໃນປີ 2010 ຊຶ່ງ ຫຼາຍກວ່າ 5 ເທົ່າ ຂອງຄໍາໝັ້ນສັນຍາ ຂອງສະຫະພາບເອີຣົບ ທີ່ໄດ້ໃຫ້ໄວ້ຕໍ່ ສັນຍາກຽວໂຕ ຊຶ່ງໄດ້ວາງເປົ້າໝາຍເອົາໄວ້ວ່າຈະຫຼຸດໃຫ້ໄດ້ 300 ລ້ານໂຕນ. ເມືອງ ລີຊາວ ຊຶ່ງເປັນເມືອງທີ່ມີປະຊາກອນ 3 ລ້ານຄົນ ຢູ່ທີ່ທາງພາກເໜືອຂອງປະເທດຈີນ, ການສ້າງຕຶກສູງ ໂດຍໃຊ້ພະລັງງານແສງອາທິດ ແລະ 99 ສ່ວນຮອ້ຍ ຂອງປະຊາຊົນ ຂອງເມືອງດັ່ງກ່າວ ແມ່ນນໍາໃຊ້ພະລັງງານແສງອາທິດ ໃນການຜະລິດອາຍອຸ່ນ. ທັງໝົດໃນທົ່ວເມືອງລີຊາວ ມີແຜ່ນພະລັງງານແສງອາທິດ ເພື່ອຕົ້ມນໍ້າຮ້ອນ ຢູ່ຫຼາຍກວ່າ 500,000 ເມັດກ້ອນ. ຜົນທີ່ໄດ້ຮັບກໍຄື ການນໍາໃຊ້ພະລັງງານ ໄດ້ຫຼຸດລົງເກືອບ 3 ເທົ່າ ແລະ ການປ່ອຍອາຍກາກບອນ ກໍຫຼຸດລົງເຖິງເຄິ່ງໜຶ່ງ. ໃນຂະນະດຽວກັນ ປະເທດຟີລິປິນ ແລະ ອິນໂດເນເຊຍ ກໍເປັນປະເທດມີ ຄວາມຮອ້ນຈາກພື້ນດິນ ເປັນອັນດັບ ສອງ ແລະ ສາມ ຕາມລໍາດັບ.​

ການເຕີບໂຕທາງດ້ານເສດຖະກິດ ທີ່ໜ້າພຶ່ງພໍໃຈ ຂອງພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ບວກກັບການເຕີບໂຕຢາງໄວວາ ຂອງຕົວເມືອງ, ການຕັດໄມ້ທໍາລາຍປ່າ ແລະ ການປ່ຽນແປງການນໍາໃຊ້ດິນ ຊຶ່ງຜົນທີ່ຕາມມາແມ່ນ ຜົນກະທົບທາງດ້ານສິ່ງແວດລ້ອມ ທີ່ໜັກໜ່ວງ.​ ຖ່ານຫີນ ຍັງຄົງເປັນພະລັງງານທີ່ສໍາຄັນ ຂອງພາກພື້ນນີ້ ແລະ ຫຼາຍໆປະເທດ (ສ່ວນໃຫຍ່ແມ່ນປະເທດ ທີ່ມີການປ່ອຍອາຍກາກບອນຕໍ່ຫົວຄົນ ພຽງແຕ່ຈໍານວນໜ້ອຍ ຖ້າທຽບໃສ່ປະເທດທີ່ມີລາຍໄດ້ສູງ) ຍັງຕອ້ງການ ການຂະຫຍາຍຕົວທີ່ສູ ທາງດ້ານພະລັງງານ, ການຄົມມະນາຄົມ, ການພັດທະນາລະບົບຕົວເມືອງ ແລະ ການຜະລິດກະສິກໍາ.​ ການເຕີບໂຕແບບຍືນຍົງ ໂດຍການນໍາໃຊ້ ເຕັກໂນໂລຍີ ທີ່ຜະລິດອາຍກາກບອນສູງ ຈະເປັນການຜະລິດ ອາຍແກັສເຮືອນແກ້ວ ຊຶ່ງຈະເຮັດໃຫ້ ດິນຟ້າອາກາດມີການປ່ຽນແປງຫຼາຍຂຶ້ນກວ່າເກົ່າ.​

ທ່ານ ຈັດ​ສຕິນ ລິນ, ຮອງ​ປະທານ​ອາວຸ​ໂສ ແລະ ທັງເປັນຫົວໜ້ານັກ​ເສດ​ຖະສາດ ຂອງ​ທະນາຄານ​ໂລກ ໄດ້ກ່າວວ່າ: “ໃນການແກ້ໄຂບັນຫາ ການປ່ຽນແປງຂອງດິນຟ້າອາກາດ ມັນຮຽກຮອ້ງໃຫ້ມີການປ່ຽນແປງລະບົບພະລັງງານ ເພື່ອໃຫ້ນໍາໃຊ້ ພະລັງງານຢ່າງມີປະສິດທິຜົນ ແລະ ນໍາໃຊ້ເຕັກໂນໂລຍີ ທີ່ຜະລິດອາຍກາກບອນຕໍ່າ,” ທ່ານຍັງໄດ້ກ່າວຕື່ມອີກວ່າ: “ການດໍາເນີນການຢ່າງຮີບດ່ວນ ແມ່ນເພື່ອຜົນປະໂຫຍດຂອງປະເທດທີ່ກໍາລັງພັດທະນາ ເພື່ອຫຼີກລ້ຽງ ບໍ່ໃຫ້ຕົນເອງຕົກຢູ່ໃນ ພື້ນຖານໂຄງລ່າງ ທີ່ມີອາຍກາກບອນສູງ.”

"ກອບແຜນຍຸດທະສາດ ເພື່ອການພັດທະນາ ແລະ ການປ່ຽນແປງຂອງດິນຟ້າອາກາດ" ໄດ້ເໜັ້ນໜັກເຖິງ ມາດຕະການຫຼຸດຜ່ອນ ຜົນກະທົບ ແລະ ການປັບຕົວ ໃນການກູ້ຍືມ ໃນຂະນະທີ່ເຫັນຄວາມຕ້ອງການ ຂອງປະເທດທີ່ກໍາລັງພັດທະນາ ທີ່ຕ້ອງການ ການສຸກຍູ້ທາງດ້ານເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ. ການລົງທຶນເຂົ້າໃນໂຄງການ ພັດທະນາພະລັງງານທົດແທນ, ນໍາໃຊ້ພະລັງານຢ່າງມີປະສິດທິຜົນ ແລະ ການປັບຕົວ ໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ກໍາລັງມີການເຕີບໂຕຂຶ້ນ.​

ການສຶກສາຫຼາຍໆຢ່າງ ທີ່ທະນາຄານໂລກໄດ້ໃຫ້ການສະໜັບສະໜູນ ໄດ້ຊ່ວຍໃຫ້ປະເທດທີ່ທະນາຄານໂລກ ໃຫ້ການຊ່ວຍເຫຼືອ ສາມາດວາງແຜນ ແລະ ຈັດຕັ້ງປະຕິບັດ ຍຸດທະສາດເພື່ອການເຕີບໂຕ ທີ່ຄຽງຄູ່ໄປກັບການປ່ອຍອາຍກາກບອນຕໍ່າ ກໍາລັງມີການຂະຫຍາຍຕົວເຊັ່ນກັນ.​ ໂຄງການດ້ານພະລັງງານ ທີ່ທະນາຄານໂລກ ໄດ້ໃຫ້ທຶນຊ່ວຍເຫຼືອ ໄດ້ນັບມື້ນັບກາຍເປັນ ໂຄງການພະລັງງານທົດແທນ ແລະ ພະລັງງານທີມີປະສິດທິຜົນ.​ ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທະນາຄານໂລກ ໄດ້ສໍາເລັດການສຶກສາຄົ້ນຄ້ວາ ຫຼາຍຢ່າງ ກ່ຽວກັບຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສ່ຽງຕ່າງໆ ຕໍ່ການເກີດ ໄພທໍາມະຊາດ ຊຶ່ງທະນາຄານໂລກ ກໍໄດ້ເພີມການຊ່ວຍເຫຼືອຂອງຕົນເຂົ້າໃນການປັບຕົວ ກັບກາານປ່ຽນແປງ ຂອງດິນຟ້າອາກາດ.

ສາມາດເຂົ້າໄປເອົາບົດລາຍງານ ໄດ້ທີ່:
http://www.worldbank.org/wdr2010

  blog ຂອງທະນາຄານໂລກ ວ່າດ້ວນການປ່ຽນແປງຂອງດິນຟ້າອາກາດ:
http://blogs.worldbank.org/climatechange