Click here for search results

ຄວາມສ່ຽງທີ່ເກີດຈາກໄພນ້ຳຖ້ວມ ໃນຕົວເມືອງ ຢູ່ໃນພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ເພີ່ມຂຶ້ນ

Available in: 中文, English, 日本語, ภาษาไทย

ທະນາຄານໂລກ ໄດ້ອອກ ປຶ້ມຄູ່ມືແນະນຳ ວິທີການປະຕິບັດ ເພື່ອຫລຸດຜ່ອນ ຄວາມເສຍຫາຍ

ໂຕກຽວ, ວັນທີ 13 ກຸມພາ 2012 - ປຶ້ມຄູ່ມືກ່ຽວກັບ ການບໍລິຫານຄວາມສ່ຽງໄພຈາກນໍ້າຖ້ວມໃນເມືອງ ຂອງ ທະນາຄານໂລກ ທີ່ອອກເຜີຍແຜ່ ໃນມື້ນີ້ ໄດ້ກ່າວ ວ່າ: ນ້ຳຖ້ວມໃນຕົວເມືອງ ເປັນ ສິ່ງທ້າທາຍທີ່ຮ້າຍແຮງ ແລະ ນັບມື້ເພີ່ມຂຶ້ນ ຕໍ່ວຽກງານການພັດທະນາ ສໍາຫລັບ ບັນດາ ປະເທດທີ່ມີລາຍຮັບ ລະດັບຕໍ່າ-ປານກາງ ຢູ່ພາກພື້ນອາຊີຕາເວັນອອກ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ. ດັ່ງນັ້ນ, ຈຶ່ງຮຽກຮ້ອງ ໃຫ້ມີ ການພິຈາລະນາກ່ຽວກັບ ລະບົບການບໍລິຫານຄວາມສ່ຽງ ຈາກໄພ ນ້ຳຖ້ວມ  ເຂົ້າສູ່ການວາງແຜນຜັງເມືອງ ຢ່າງເປັນປົກກະຕິ.

ປຶ້ມຄູ່ມື ທີ່ມີຫົວຂໍ້ວ່າ “ຕົວເມືອງກັບນ້ຳຖ້ວມ ແມ່ນ ຄູ່ມື ໃນ ການບໍລິຫານຄວາມສ່ຽງ ຕໍ່ໄພນ້ຳຖ້ວມໃນຕົວເມືອງຢ່າງຮອບດ້ານ ສໍາລັບສັດຕະວັດທີ 21” ໃຫ້ການແນະນໍາພາກປະຕິບັດ ວິທີການບໍລິຫານ ຄວາມສ່ຽງຕໍ່ ໄພນ້ຳຖ້ວມ ໃນຄະນະທີ່ ຕົວເມືອງມີການຂະຫຍາຍຕົວ, ຈຳນວນປະຊາກອນເພີ່ມຂຶ້ນ ແລະ ແນວໂນ້ມ ສະພາບດິນຟ້າອາກາດ ທີ່ມີການປ່ຽນແປງ ໃນໄລຍະຍາວ.

ທ່ານ ປາເມລາ ກອກສ໌, ຮອງປະທານ ທະນາຄານໂລກປະຈໍາ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ການຂະຫຍາຍຕົວເມືອງ ມັກເຮັດໃຫ້ ເຂດໃກ້ຄຽງເກີດມີສະພາບເງື່ອນໄຂທ່ີທຸກຍາກກ່ວາເກົ່າ ເນື່ອງຈາກ ຂາດໂຄງສ້າງພື້ນຖານ ແລະ ການບໍລິການຕ່າງໆ ທີ່ເໝາະສົມ, ຊຶ່ງມັນໄດ້ເຮັດໃຫ້ ມີຄວາມສ່ຽງ ຕໍ່ໄພນ້ຳຖ້ວມ ຫລາຍຂຶ້ນ. ປະຊາຊົນທີ່ທຸກຍາກທີ່ສຸດ, ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ, ເປັນກຸ່ມຄົນທີ່ໄດ້ຮັບຜົນກະທົບໜັກທີ່ສຸດ. ແຕ່ເຖິງຢ່າງໃດກໍດີ, ການຂະຫຍາຍຕົວໄວຂອງຕົວເມືອງ  ກໍຍັງເປີດໂອກາດໃຫ້ພວກເຮົາ ເລືອກເຮັດໃນສິ່ງທີ່ຖືກຕ້ອງ ໄປແຕ່ຫົວທີໄດ້. ເວລານັ້ນ ບັນດາເມືອງໃຫຍ່ ແລະ ຕົວເມືອງນ້ອຍ ກໍຈະສາມາດຮອງຮັບ ການພັດທະນາທີ່ຍືນຍົງ, ຮັກສາໄດ້ ທັງຊີວິດ ແລະ ເງິນຄຳ.”

ໄພນ້ຳຖ້ວມ ເປັນໄພທໍາມະຊາດ ທີ່ເກີດຂຶ້ນຫລາຍກວ່າໝູ່, ໂດຍສະເພາະ ຢູ່ໃນພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ກໍຄື ພາກພື້ນອາຊີໃຕ້. ໃນ ໄລຍະ 30 ປີທີ່ຜ່ານມາ, ໄພນ້ຳຖ້ວມ ທີ່ເກີດຂຶ້ນ ໃນອາຊີ ກວມເອົາ 40% ຂອງອັດຕາໄພນໍ້າຖ້ວມທັງໝົດໃນໂລກ. ປະຊາກອນໂລກ ທີ່ປະເຊີນກັບໄພນ້ຳຖ້ວມ ຫລາຍກ່ວາ 90% ແມ່ນຢູ່ ອາຊີ.

ໃນຄະນະທີ່ ບັນດາປະເທດກໍາລັງພັດທະນາ ຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຫັນເປັນຕົວເມືອງໃຫຍ່, ຄວາມໜາແໜ້ນຂອງປະຊາຊົນ ແລະ ຊັບສິນກໍໄດ້ເພີ່ມຂຶ້ນ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ການບໍລິຫານຜົນກະທົບຈາກໄພນ້ຳຖ້ວມ ມີຄວາມຫຍຸ້ງຍາກ ແລະ ມີຄ່າໃຊ້ຈ່າຍສູງ. ນອກຈາກຜົນເສຍຫາຍໂດຍກົງ ຕໍ່ເສດຖະກິດແລ້ວ, ໄພນ້ຳຖ້ວມຍັງມີຜົນສືບເນື່ອງ ໄລຍະຍາວ ເຊັ່ນ ການສູນເສຍໂອກາດດ້ານການສຶກສາ, ການເກີດໂລກລະບາດ ແລະ ການຂາດໂພສະນາການ. ຜົນເສຍຫາຍດັ່ງກ່າວ ສາມາດຖ່ວງດຶງ ການບັນລຸເປົ້າໝາຍຂອງການພັດທະນາ.

ອີງຕາມ ປຶ້ມຄູ່ມືນີ້, ວິທີການບໍລິຫານ ຄວາມສ່ຽງຕໍ່ໄພນ້ຳຖ້ວມ ທີ່ມີປະສິດທິຜົນທີ່ສຸດ ແມ່ນ ການປະສົມປະສານມາດຕະການຕ່າງໆແບບຮອບດ້ານ, ທີ່ລວມທັງ ມາດຕະການໃນການປັບປຸງໂຄງສ້າງພື້ນຖານ ແລະ ການສ້າງຂີດຄວາມສາມາດໃນການຮັບມືກັບໄພພິບັດ.

ໃນນັ້ນປະກອບມີ:

  • ກໍ່ສ້າງ ຄອງລະບາຍນ້ຳ ແລະ ທາງນ້ຳໄຫລ;
  • ສ້າງໃຫ້ມີ  “ຕົວເມືອງສີຂຽວ” ເຊັ່ນ ເຂດທີ່ດິນບໍລິເວນບຶງ ແລະ ເຂດປ້ອງກັນສິ່ງແວດລ້ອມ;
  • ສ້າງລະບົບສັນຍານໄພນ້ຳຖ້ວມ; ແລະ
  • ສ້າງແຜນການນຳໃຊ້ທີ່ດິນ ເພື່ອປ້ອງກັນນ້ຳຖ້ວມ.

ປຶ້ມຄູ່ມື ໄດ້ລະບຸວ່າ: ສິ່ງທີ່ສໍາຄັນ ແມ່ນການຫາຄວາມສົມດຸນ ທີ່ເໝາະສົມ. ການເຮັດໃຫ້ພື້ນຖານໂຄງສ້າງທີ່ແຂງແຮງ ຈະມີປະສິດທິຜົນສູງ ຖ້າມັນຖືກນໍາໃຊ້ຢ່າງເໝາະສົມ ແລະ ພື້ນຖານໂຄງສ້າງດັ່ງກ່າວຖືກນໍາໃຊ້ເຂົ້າໃນການແກ້ໄຂບັນຫາ ໄພພິບັດທໍາມະຊາດທີ່ໄດ້ຫຼາຍກ່ວາໜ້າທີ່ພື້ນຖານຂອງມັນ. ແຕ່ຖ້າມັນບໍ່ຖືກອອກແລບບ ແລະ ຈັດຕັ້ງປະຕິບັດຢ່າງເໝາະສົມ, ພວກມັນອາດຈະສົ່ງຄວາມສ່ຽງໄພນໍ້າຖ້ວມ ຈາກບ່ອງໜຶ່ງ ໄປສູ່ອີກບ່ອນໜຶ່ງ.

ການຈັດຕັ້ງປະຕິບັດ ຍຸດທະສາດ ແບບປະສົມປະສານ ຢ່າງມີປະສິດທິຜົນ ຮຽກຮ້ອງໃຫ້ມີການ ຮ່ວມມື ຂອງ ການຈັດຕັ້ງລັດຖະບານທຸກຂັ້ນ, ອົງການມະຫາຊົນ, ອົງການເພື່ອສັງຄົມ, ສະຖາບັນການສຶກສາ ແລະ ຂະແໜງການເອກະຊົນ, ລວມທັງການນໍາພາ ທີ່ເຂັ້ມແຂງເດັດຂາດ ນັບແຕ່ຂັ້ນສູນກາງ ເຖິງ ຂັ້ນທ້ອງຖິ່ນ.

ມີເຄື່ອງມືຫຼາກຫຼາຍ ເພື່ອ ຊ່ວຍໃຫ້ພວກເຮົາເຂົ້າໃຈຫຼາຍຂຶ້ນກ່ຽວກັບ ຄວາມສ່ຽງ ແລະ ຜົນຮ້າຍຂອງໄພນໍ້າຖ້ວມ. ລະບົບພະຍາກອນ ໄພນ້ຳຖ້ວມໃນເວັບໄຊ໌ ເປັນວິທີການທີ່ມີປະສິດທິຜົນ ໃນການແຈ້ງ ເຜີຍແຜ່ຂໍ້ມູນຂ່າວສານດ້ານ ອຸທົກກະໄພ ແລະ ອຸຕຸນິຍົມ ໃຫ້ແກ່ ບຸກຄົນທີ່ນໍາໄຊ້ ເວັບໄຊ໌. ການສ້າງແຜນທີ່ຄວາມສ່ຽງໄພ ຈະເປັນຜົນປະໂຫຍດຫຼາຍ ສໍາລັບ ການວາງແຜນ ຈັດສັນຊັບພະຍາກອນ ໃຫ້ເໝາະສົມ ໃນການປົກປ້ອງປະຊາຊົນ.

ຕົວຢ່າງ, ທະນະຄານໂລກ ພ້ອມກັບຄູ່ຮ່ວມມືທີ່ກ່ຽວຂ້ອງ ໄດ້ ຮ່ວມກັນສະໜັບສະໜູນ ວຽກງານບໍລິການ ພະຍາກອນອາກາດ ຢູ່ໃນເຂດ ລຸ່ມແມ່ນ້ຳຂອງ, ຊຶ່ງຈະຊ່ວຍໃຫ້ ບັນດາຕົວເມືອງ ໃນປະເທດ ຫວຽດນາມ  ແລະ ປະເທດ ອິນໂດເນເຊຍ ສາມາດ ພັດທະນາ ແຜນການຕ້ານທານກັບໄພພິບັດໄລຍະກາງ ທີ່ຄໍານຶງເຖິງ ຄວາມສ່ຽງ ແລະ ຄວາມບໍ່ແນ່ນອນຕ່າງໆ ທີ່ເກີດຈາກໄພທໍາມະຊາດ.

ການສ່ືສານ ກໍມີບົດບາດສຳຄັນ ໃນການເຜີຍແຜ່ ປຸກຈິດສໍານຶກ ແລະ ເນັ້ນໜັກຄວາມສໍາຄັນ ຂອງການກຽມພ້ອມ.    ປຶ້ມຄູ່ມືນີ້ ເຕືອນວ່າ ສໍາລັບເຫດການໄພພິບັດທໍາມະຊາດ ທີ່ມີຄວາມຮຸນແຮງ ລະດັບຕໍ່າ, ຄົນເຮົາມັກລືມມັນພາຍໃນ 3 ປີ. 

ໃນເມື່ອ ບໍ່ສາມາດ ລົບລ້າງ ໄພນ້ຳຖ້ວມ ໄດ້ທັງໝົດ, ການວາງແຜນ ເພື່ອຟື້ນຟູຄືນ ໃຫ້ໄດ້ໄວທີ່ສຸດ ແມ່ນມີຄວາມຈໍາເປັນ, ໂດຍ ຫັນການກໍ່ສ້າງຟື້ນຟູຄືນໃໝ່ ໃຫ້ເປັນໂອກາດ ໃນການສ້າງ ຊຸມຊົນທີ່ປອດໄພ ແລະ ຟື້ນຟູສິ່ງທີ່ເສຍຫາຍ ໃຫ້ແຂງແຮງ ກ່ວາເກົ່າ ເພື່ອທີ່ຈະ ສາມາດຜ່ານພາຕໍ່ສູ້ ກັບໄພນ້ຳຖ້ວມໄດ້ ໃນອານາຄົດ.

ທ່ານ ອາບາສ໌ ຈາ, ຜູ້ຂຽນນໍາ ປຶ້ມຄູ່ມືນີ້ ແລະ ຫົວໜ້າຊ່ຽວຊານ ຜັງເມືອງ ແລະ ຫົວໜ້າແຜນງານ, ບໍລິຫານຄວາມສ່ຽງຈາກໄພພິບັດ, ທະນາຄານໂລກ ປະຈໍາພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: “ໄພພິບັດຂະໜາດໃຫຍ່ ທີ່ເກີດຂຶ້ນໃນໝໍ່ໆມານີ້ ເຊັ່ນ ເຫດການແຜ່ນດິນໄຫວ ແລະ ຊູນາມິ ຢູ່ ປະເທດ ຍີ່ປຸ່ນ, ໄພນ້ຳຖ້ວມ ຢູ່ປະເທດ ໄທ ແລະ ປະເທດ ອົດສະຕະລີ ຊີໃຫ້ເຫັນ ຄວາມຈໍາເປັນຕ້ອງມີວິທີການໄໝ່ ໃນການບໍລິຫານ ແລະ ຮອງຮັບ ຄວາມສ່ຽງ ແລະ ຜົນກະທົບຕ່າງໆທີ່ກ່ຽວຂ້ອງ. ພວກເຮົາຕ້ອງອອກແບບ ລະບົບ ທີ່ຄໍານຶງເຖິງ ຄວາມສະຫຼັບຊັບຊ້ອນ ແລະ ຄວາມບໍ່ແນ່ນອນ ຂອງການ ບໍລິຫານ ຄວາມສ່ຽງຕໍ່ໄພນໍ້າຖ້ວມ ແລະ ຜົນກະທົບຂອງມັນ. ການອອກແບບຕ້ອງ ຮອບດ້ານ, ບໍ່ຕາຍໂຕ, ມີຄວາມຢືດຢຸ່ນ,  ໂດຍ ລະມັດລະວັງ ຫລີກລ້ຽງ ການຍຶດໝັ້ນເກາະຕິດກັບວິທີທາງແກ້ໄຂໜຶ່ງໆ ທີ່ອາດບໍ່ພຽງພໍ ຕໍ່ການຮອງຮັບ ຄວາມສ່ຽງຈາກທໍາມະຊາດ ທີ່ມີການປ່ຽນແປງໄປເລື້ອຍໆ.” 

ປຶ້ມຄູ່ມືສະບັບນີ້ ໄດ້ ຂຽນ ແລະ ພິມຈໍາໜ່າຍ ໂດຍການສະໜັບສະໜູນດ້ານທຶນຮອງ ຈາກ ແຜນງານ ອຳນວຍຄວາມສະດວກ ສາກົນ ເພື່ອການຫລຸດຜ່ອນ ແລະ ຟື້ນຟູ ຈາກໄພທໍາມະຊາດ (Global Facility for Disaster Reduction and Recovery). ຄູ່ຮ່ວມມື ປະກອບດ້ວຍ JICA.

ຕິດຕໍ່:
ຢູ່ໂຕກຽວ: Carl Hanlon, (202) 460-8526, chanlon@worldbank.org
             Tomoko Hirai, +81-3 (3597) 6650, thirai@worldbank.org
ຢູ່ວໍຊິງຕັນ:  Chisako Fukuda, (202) 473-9424, cfukuda@worldbank.org
ຢູ່ວຽງຈັນ:  ສຸຣິດາຮັກ ສາກົນນິຍົມ, (856-21) 450-010, ssakonhninhom@worldbank.org

ເພື່ອຂໍອອກຂ່າວ: Natalia Cieslik, (202) 458-9369, ncieslik@worldbank.org 
 
ສໍາຫລັບຂໍ້ມູນເພີ່ມເຕີມ, ກະລຸນາ ເຂົ້າເວັບໄຊ໌:  http://go.worldbank.org/5TXBKZ0P00
ດາວໂຫຼດ ບົດລາຍງານ, ກະລຸນາ ເຂົ້າເວັບຊາຍທ໌ເຂົ້າເວັບໄຊ໌:  www.gfdrr.org/urbanfloods.


ເຂົ້າຫາພວກເຮົາໃນ Facebook: http://www.facebook.com/worldbank
ເຂົ້າຫາພວກເຮົາໃນ Twitter: http://www.twitter.com/worldbank
ເຂົ້າຫາພວກເຮົາໃນ YouTube: http://www.youtube.com/worldbank




Permanent URL for this page: http://go.worldbank.org/I5OIU6RZZ1